22/05/2026
ໃນລະຫວ່າງວັນທີ 12-16 ພຶດສະພາ 2026 ຜ່ານມາ ສູນບໍລິຫານລັດດິຈິຕອນ, ສູນອິນເຕີເນັດແຫ່ງຊາດ. ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກົມຄຸ້ມຄອງພົນລະເມືອງ ແລະ ກໍ່ສ້າງຮາກຖານ, ກະຊວງປ້ອງກັນຄວາມສະຫງົບ ໄດ້ເດີນທາງ ເຂົ້າຮ່ວມຝຶກອົບຮົມ ແລະ ແລກປ່ຽນບົດຮຽນ ກ່ຽວກັບການພັດທະນາ ລະບົບສູນກາງແລກປ່ຽນຂໍ້ມູນພາກລັດ (Government Data Exchange: GDX) ທີ່ ສສ ຫວຽດນາມ. ຄະນະເຂົ້າຮ່ວມລວມທັງໝົດ 10 ທ່ານ ນໍາໂດຍ ທ່ານ ອຳພອນສັກ ເທບພູມີ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ພັຕ ສິດຖະໜອມ ພົນມະຈັນ ຮອງສູນຂໍ້ມູນພົນລະເມືອງ ແລະ ບັດປະຈຳໂຕ ກະຊວງ ປກສ ໂດຍເປັນການເຮັດວຽກຮ່ວມກັບ ບໍລິສັດ VNPT-I ທີ່ເປັນຜູ້ພັດທະນາ ແລະ ຄຸ້ມຄອງລະບົບແລກປ່ຽນຂໍ້ມູນພາກລັດ (VDXP) ຂອງລັດຖະບານ ສສ ຫວຽດນາມ ໂດຍກົງ.

ຈຸດປະສົງຂອງການຈັດຝຶກອົບຮົມ ແລະ ແລກປ່ຽນບົດຮຽນ ໃນຄັ້ງນີ້ ແມ່ນເພື່ອສຶກສາປະສົບການ ການພັດທະນາ, ຄຸ້ມຄອງ ແລະ ດໍາເນີນ ລະບົບສູນກາງແລກປ່ຽນຂໍ້ມູນພາກລັດ (VDXP) ຂອງ ສສ ຫວຽດນາມ ເພື່ອນໍາມາເປັນບົດຮຽນ ແລະ ຂໍ້ມູນອ້າງອີງ ໃນການຄົ້ນຄວ້າ ພັດທະນາ ລະບົບ GDX ຂອງ ສປປ ລາວ ໃນໄລຍະຕໍ່ໄປ.
ໃນກອງປະຊຸມສຳມະນາ ຄະນະໄດ້ຮັບຟັງການນຳສະເໜີ ແລະ ແລກປ່ຽນບົດຮຽນ ກັບຊ່ຽວຊານຂອງ ບໍລິສັດ VNPT-I ກ່ຽວກັບ ໂຄງສ້າງເຕັກນິກ, ສະຖາປັດຕະຍະກຳ ແລະ ການຄຸ້ມຄອງ ລະບົບ VDXP ຂອງ ສສ ຫວຽດນາມ ໂດຍເນັ້ນໃສ່ ການເຊື່ອມຕໍ່ຂໍ້ມູນຜ່ານ API ທີ່ມີຄວາມປອດໄພ, ການຄຸ້ມຄອງສິດການເຂົ້າເຖິງຂໍ້ມູນ ແລະ ມາດຕະຖານການແລກປ່ຽນຂໍ້ມູນ. ພ້ອມນັ້ນ ທາງຊ່ຽວຊານ ຍັງໄດ້ແລກປ່ຽນ ປະສົບການ ແລະ ບົດຮຽນ ທີ່ ສສ ຫວຽດນາມ ເຄີຍພົບໃນໄລຍະເລີ່ມຕົ້ນ ເຊັ່ນ: ບັນຫາຄວາມພ້ອມຂອງໂຄງສ້າງພື້ນຖານດ້ານ ICT, ການຂາດມາດຕະຖານຂໍ້ມູນຮ່ວມກັນ ລະຫວ່າງບັນດາກະຊວງ, ບັນຫາດ້ານນິຕິກຳ ແລະ ການກໍານົດສິດໃນການແລກປ່ຽນຂໍ້ມູນ ລວມທັງ ການສ້າງຄວາມເຂົ້າໃຈ ແລະ ຄວາມຮ່ວມມື ຈາກບັນດາພາກສ່ວນ ໃນການເຊື່ອມຕໍ່ລະບົບ ແລະ ແລກປ່ຽນຂໍ້ມູນຮ່ວມກັນ ໃຫ້ເປັນໄປໃນທິດທາງດຽວ.
ນອກຈາກນັ້ນ ຄະນະຍັງໄດ້ເຂົ້າຮ່ວມ ແລະ ແລກປ່ຽນບົດຮຽນ ກັບ ກົມຫັນເປັນດິຈິຕອນ ຂອງ ສສ ຫວຽດນາມ ເຊິ່ງເປັນພາກສ່ວນຫຼັກ ທີ່ຮັບຜິດຊອບ ຄຸ້ມຄອງ ແລະ ພັດທະນາ ລະບົບ VDXP ຂອງຫວຽດນາມ ໂດຍຄະນະໄດ້ຮັບຟັງ ການນຳສະເໜີ ແລະ ການອະທິບາຍ ກ່ຽວກັບ ຮູບແບບການຄຸ້ມຄອງ ລະບົບສູນກາງແລກປ່ຽນຂໍ້ມູນພາກລັດ, ຂັ້ນຕອນການເຊື່ອມຕໍ່ ຖານຂໍ້ມູນຂອງແຕ່ລະກະຊວງ ເຂົ້າກັບລະບົບ VDXP, ພ້ອມທັງ ການຄວບຄຸມ ແລະ ກຳນົດສິດ ໃນການເຂົ້າເຖິງ ແລະ ແລກປ່ຽນຂໍ້ມູນ ຂອງແຕ່ລະພາກສ່ວນ ໃຫ້ມີຄວາມປອດໄພ ແລະ ສອດຄ່ອງ ກັບລະບຽບກົດໝາຍ.
ພ້ອມດຽວກັນນັ້ນ ຄະນະຍັງໄດ້ ຖາມ-ຕອບ ແລະ ປຶກສາຫາລື ຢ່າງໃກ້ຊິດ ກັບຊ່ຽວຊານຂອງຫວຽດນາມ ກ່ຽວກັບ ບັນຫາ ແລະ ສິ່ງທ້າທາຍ ທີ່ເຄີຍພົບ ໃນໄລຍະເລີ່ມຕົ້ນພັດທະນາລະບົບ VDXP ເຊັ່ນ: ການຂາດມາດຕະຖານຂໍ້ມູນຮ່ວມ, ຄວາມບໍ່ສອດຄ່ອງຂອງລະບົບໃນແຕ່ລະກະຊວງ, ບັນຫາດ້ານຄວາມປອດໄພຂໍ້ມູນ ແລະ ການປະສານງານ ລະຫວ່າງພາກສ່ວນ. ນອກຈາກນັ້ນ ຍັງໄດ້ແລກປ່ຽນ ກ່ຽວກັບ ການນຳໃຊ້ ລາຍເຊັນດິຈິຕອນ (Digital Signature), ການຮັບຮອງເອກະສານດິຈິຕອນ ແລະ ມາດຕະຖານດ້ານນິຕິກຳ ທີ່ຮອງຮັບ ການດໍາເນີນວຽກຂອງລະບົບລັດຖະການ ໃນຮູບແບບດິຈິຕອນ ຂອງ ສສ ຫວຽດນາມ ເຊິ່ງຖືເປັນ ບົດຮຽນ ແລະ ປະສົບການ ທີ່ເປັນປະໂຫຍດ ສຳລັບ ການຄົ້ນຄວ້າ ແລະ ພັດທະນາ ລະບົບ GDX ຂອງ ສປປ ລາວ ໃນໄລຍະຕໍ່ໄປ.





