26/05/2026
ໃນລະຫວ່າງວັນທີ 18-21 ພຶດສະພາ 2026 ຜ່ານມາ, ຄະນະຜູ້ແທນຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມ ກອງປະຊຸມສຳມະນາ ການສ້າງຂີດຄວາມສາມາດນະໂຍບາຍດ້ານປັນຍາປະດິດ (AI Policy Forum 2026) ເຊີ່ງຈັດຂຶ້ນໂດຍ ກະຊວງພາຍໃນ ແລະ ຄວາມປອດໄພ (MOIS) ຮ່ວມກັບ ອົງການສັງຄົມຂໍ້ມູນຂ່າວສານແຫ່ງຊາດ (NIA) ສ.ເກົາຫຼີ, ມີຜູ້ເຂົ້າຮ່ວມໃນລະດັບຜູ້ກຳນົດນະໂຍບາຍດ້ານປັນຍາປະດິດ ຈາກ ສ.ເກົາຫຼີ, UNDESA, ກຳປູເຈຍ, ສາທາລະນະລັດໂດມີນິກັນ, ສປປ ລາວ, ມົງໂກລີ, ກາຊັກສະຖານ, ສີລັງກາ ແລະ ອຸສະເບກິສະຖານ.
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ແບ່ງປັນປະສົບການຂອງ ສ.ເກົາຫຼີ, UNDESA ແລະ ບັນດາປະເທດ ໃນພາກພື້ນ ກ່ຽວກັບ ການພັດທະນາ ແລະ ນຳໃຊ້ປັນຍາປະດິດ ເຂົ້າໃນບໍລິການລັດແບບດິຈິຕອນ ແລະ ທັງໄດ້ແລກປ່ຽນການສ້າງຍຸດທະສາດປັນຍາປະດິດ (AI Strategy). ໃນກອງປະຊຸມ, ທ່ານ ປອ. ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ, ໄດ້ຕ່າງໜ້າບັນດາປະເທດທີ່ເຂົ້າຮ່ວມ ຂຶ້ນກ່າວມີຄໍາເຫັນໃນພິທີເປີດສໍາມະນາ, ຊຶ່ງທ່ານ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງກອງປະຊຸມ ແລະ ຍົກໃຫ້ເຫັນການພັດທະນາ LaoAI ຂອງ ສປປ ລາວ ທີ່ເປັນບາດກ້າວສຳຄັນ ໃນການຫັນຈາກລັດຖະບານດິຈິຕອນ ເປັນລັດຖະບານອັດສະລິຍະ (Agentic Government). ພ້ອມນັ້ນ, ໃນຊ່ວງດຳເນີນກອງປະຊຸມ, ທ່ານ ທະນົງເດືອນ ຕຸລິຫົງ ຮອງຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ ກໍ່ໄດ້ຂຶ້ນລາຍງານ ກ່ຽວກັບ ການພັດທະນາດ້ານປັນຍາປະດິດຢູ່ລາວ, ສິ່ງທ້າທາຍ ແລະ ຄວາມຕ້ອງການຮ່ວມມືດ້ານ AI ຂອງ ສປປ ລາວ.

ກອງປະຊຸມສໍາມະນາໃນຄັ້ງນີ້, ຄະນະໄດ້ຮຽນຮູ້ ບົດຮຽນກ່ຽວກັບການສ້າງນະໂຍບາຍ, ຍຸດທະສາດ AI, ລະບຽບການ ແລະ ເຕັກໂນໂລຊີ ໃນການຂັບເຄື່ອນ AI ແລະ ລັດຖະບານດິຈິຕອນ, ໂດຍນຳໃຊ້ AI ເພື່ອຍົກລະດັບຈາກລັດຖະບານດິຈິຕອນ ເປັນ ລັດຖະບານອັດສະລິຍະ. ພ້ອມນັ້ນ, ຄະນະຈາກ ສປປ ລາວ ຍັງໄດ້ແລກປ່ຽນບົດຮຽນກັບປະເທດຕ່າງໆ ທີ່ໄດ້ເລີ່ມພັດທະນາ AI ນຳໃຊ້ເຂົ້າໃນ ວຽກງານບໍລິຫານລັດດິຈິຕອນ ເພື່ອເປີດໂອກາດ ໃນການຮ່ວມມື ດ້ານ AI ໃນຕໍ່ໜ້າ.

